#เถียงเมียบ่คือเถียงนา #ຖຽງເມຍບໍ່ຄືຖຽງນາ #ບຸນຍູ້+ແພງຕາ【OFFICIAL MV】

ພົບກັບແຊ້ມໄມຄຳລາວ2018 ນາງແພງຕາ ຄຳແພງ ກັບເພງໆນີ້
#เถียงเมียบ่คือเถียงนา #ຖຽງເມຍບໍ່ຄືຖຽງນາ #ບຸນຍູ້+ແພງຕາ【OFFICIAL MV】
ເພງ: ຖຽງນາບໍ່ຄືຖຽງເມຍ
ສົນໃຈການຮ້ອງເພງໂທ: 02055579795,02055743519
ຍ- ແຕ່ເຮົາຮັກກັນໃໝ່ ອ້າຍນັ້ນຄ່ອຍເອົາໃຈດີໆ
ແຕ່ມາເຖີງດຽວນີ້ ອ້າຍບໍ່ຄືເກົ່າ
ຊ-ບໍ່ໄດ້ກີນຫຍັງດອກ ຄັນຊິນັ່ງຖ້າຢອກແຕ່ເຈົ້າ
ໄປລົມວຽກຍັງບໍ່ພໍຄາວ ຢ່າຟ້າວໂທນຳຫລາຍແມ
ຍ-ເວົ້າມາມີແຕ່ບ້ຽນ ປ່ຽນຄຳຕົວະບໍ່ເຊົາ
ຊ-ຢ່າຫວງຫລາຍເດີເຈົ້າ ເຮັດໃຈກ້ວາງແນ່
ຍ-ຊິໃຈກ້ວາງຈັ່ງໃດ ແນວອ້າຍໄປກາຍໂມງຄັກແທ້
ຖ້າກີນເຂົ້າຈົນວ່າທ້ອງແປ ອ້າຍບໍ່ເຄີຍແຄຫົວໃຈ
ຊ-ຂ້ອຍມີໝູ່ຫຼາຍ ຂໍເອົາໃຈໝູ່ຂ້ອຍແນ່ຕິ
ຍ-ແລ້ວເມຍເຈົ້າຜູ້ນີ້ ຄືບໍ່ມີເວລາເອົາໃຈ
ຊ-ເຈົ້າຢ່າມາຖຽງ ບາດຂ້ອຍປະຊິນ້ຳຕາໄຫຼ
ຍ-ປະໂລດຟ້າວປະໄວໆ ຂ້ອຍເມື່ອຍທຸກໃຈນຳເຈົ້າແລ້ວໜາ
ຍ-ຄັນຊັ້ນມື້ອືື່ນນີ້ ເຮົາໄປເຊັນໃບຢ່າຮ້າງກັນ
ຊ-ຢ່າສຸເວົ້າຈັ່ງຊັ້ນ ຢ່າເວົ້າເລື່ອງປະ
ອ້າຍເວົ້າຢອກຊື່ໆ ເຈົ້າຢ່າໄດ້ປະອ້າຍເດີຫຼ້າ
ຍ-ຖຽງເມຍບໍ່ຄືຖຽງນາ ຄັນເຈົ້າເວົ້າທ້າຂ້ອຍປະແທ້ໃດ
ຊ-ຄັນເຈົ້າປະຂ້ອຍແລ້ວຂ້ອຍຊິຢູ່ນຳໃຜ (ຍ)-ຄັນຊັ້ນຈໍາໄວ້ອ້າຍຢ່າຖຽງເມຍ
………………………………..
ຈຳໄວ້ເດີຕໍ່ໄປນີ້ຫ້າມຂື້ນສຽງກັບເມຍ (ຊ)-ຈ້າວໆແຕ່ຂໍຂື້ນແນວອື່ນໄດ້ບໍ
ຍ-ແມ່ນຫຍັງຂື້ນແນວອື່ນ (ຊ)-ກະຂື້ນເທີງເຮືອນເພື່ອເອົາເງີນໃຫ້ເມຍເອົາໄວ້ນັ້ນລະ