ຄືວ່າເດະ ໂຊນ່ານ ແຈັກເກັດ คือว่าเดะ โชน่าน Kheu Va Day Sonarn ( Audio Lyrics)

ເພງ ຄືວ່າເດະ ສິລະປິນ: ໂຊນ່ານ ແຈັກເກັດ
Song: Kheu Va Day Singer: Sonarn Jacket
ສັງກັດ: ໂຕເອງ ສະຕູດິໂອ
ເນື້ອເພງ ຄືວ່າເດະ
#1 ປານວ່າຟ້າຜ່າແລ້ງ ເມື່ອຄໍາແພງມາບອກເລີກກັນ
ມາຂໍຕັດຄວາມສໍາພັນ ເຮົາສອງຄົນ
ນ້ອງບອກວ່າທົນບໍ່ໄຫວ ຢູ່ກັບອ້າຍຜູ້ຊາຍຄົນຈົນ
ນ້ອງຢ້ານໝອງໝົ່ນ ກັບຄໍາຄົນເຂົານິນທາ.
#2 ສິ້ນສຸດກັນ ກັບຄວາມຮັກທີ່ສ້າງມາ
ມັນໝົດເວລາ ທີ່ຈະດຶງເຈົ້າໄວ້...
R ຄືວ່າເດະ ອ້າຍມັນຄົນຈົນ ນ້ອງໜ້າມົນຈັ່ງບໍ່ສົນໃຈ
ຖິ້ມອ້າຍໄປມີຜູ້ໃໝ່ ເຮັດໄດ້ຈັ່ງໃດ໋
ຄືວ່າເດະ ເຂົາມັນລວຍກວ່າ ເຈົ້າຈັ່ງບໍ່ເຫັນຫົວ ຜູ້ຊາຍຄົນນີ້
ໃສເຈົ້າບອກວ່າອ້າຍດີ ຄືໄປມີຄົນໃໝ່.
#3 ສິ້ນເຍື້ອໃຍ ໝົດຄວາມສໍາຄັນ ຕັ້ງແຕ່ວັນທີ່ນ້ອງເລືອກເຂົາ
ເຂົາຄືຊິແມ່ນ ຜູ້ຊາຍໃນຝັນຂອງເຈົ້າແລ້ວໜໍ
ອ້າຍຄົນນີ້ຄົງດີບໍ່ພໍ ເຈົ້າາຈັ່ງບໍ່ສານຕໍ່ຮັກເຮົາ
ຊິເຈັບຊໍ່າໃດ໋ ອ້າຍຊິອົດເອົາ
ເຈັບນີ້ກໍເພາະຮັກເຈົ້າ ຍອມໃຫ້ເຂົາໄປ.
(ໂຊໂລ້ ຮ້ອງຊໍ້າ #2 ແລະ R ສອງເທື່ອ)
- ໃສເຈົ້າບອກວ່າອ້າຍດີ ຄືຖິ້ມອ້າຍໄປ...