ຮັກນ້ອງຄືເກົ່າ I ฮักน้องคือเก่า [OFFICIAL MUSIC VIDEO] ເພງລາວໃຫມ່ เพลงลาวใหม่ Lao Music

ຮັກນ້ອງຄືເກົ່າ

V1. ເມື່ອໃດນໍ້າຍັງຄົງມີປາ ເມື່ອໃດຟ້າຍັງຄົງມີດາວ
ຄວາມຮັກຂອງອ້າຍຍັງຄືເກົ່າ ເຖິງວັນນີ້ເຈົ້ານັ້ນຈະຕ້ອງຈາກອ້າຍໄປ
V2. ອ້າຍຍັງຫ່ວງໃຍແຕ່ເຈົ້າສະເໝີ ຮູ້ເອົາໄວ້ເດີຍັງຮັກເຈົ້າບໍ່ປຽ່ນແປ
ເຄີຍຮັກຫ່ວງໃຍ ແລະ ດູແລ ເຄີຍເທກແຄຢ່າງໃດ... ອ້າຍຍັງບໍ່ລືມ
C. ຮັກນ້ອງອີຫຼີ ຍັງຮັກຄືເກົ່າ ແມ່ນວ່າສອງເຮົາ ຈະບໍ່ໄດ້ຄຽງຄູ່ກັນໄປ
ຫາກນ້ອງຜິດຫວັງ ເສົ້າໃຈເສຍໃຈຍາມໃດ
ຈົ່ງຮູ້ເອົາໄວ້ ອ້າຍຫ່ວງໃຍນ້ອງຢູ່ສະເໝີ
V3. ຖ້ອຍຄຳທີ່ເຈົ້າບອກອ້າຍວັນນີ້ ອ້າຍເຂົ້າໃຈດີທີ່ຮັບເປັນແຟນບໍ່ໄດ້
ອ້າຍເອງກໍ່ຍັງຫ່ວງໃຍນ້ອງດ້ວຍໃຈ ສິເປັນຈັ່ງໃດ ກໍ່ຍັງ... ຮັກນ້ອງຄືເກົ່າ
( Solo, C, V3 ) ເຮສາວ...
L1. ນ້ອງນັ້ນເຄີຍບອກວ່ານໍ້າມີປາ ແລະ ຟ້າກໍ່ຍັງມີດາວ
ແຕ່ມາມື້ນີ້ອ້າຍຕ້ອງທົນເຫງົາທົນເສົ້າ ບໍ່ມີເຈົ້າຄືເກົ່າ
ຄວາມຮັກຖືກກຳນົດໄວ້ ເປັນແຕ່ອ້າຍກັບນ້ອງ ບໍ່ໄດ້ເປັນຜູ້ບ່າວ
ບໍ່ໄດ້ເປັນຄູ່ຄອງ ດັ່ງລະຄອນທີວີ ຄືທີ່ເຂົາອອກຂ່າວ
L2. ຂອບໃຈຄວາມຮັກດີໆ ທີ່ເຈົ້າມີໃຫ້ອ້າຍ ເຖິງມັນບໍ່ຍືນຍາວ
ເຖິງວ່າເຮົາຊິບໍ່ໄດ້ເປັນຄູ່ ແຕ່ຄວາມຮັກຍັງຢູ່ ບໍ່ໄດ້ຮອດເດືອນດາວ
ອ້າຍຈຳຕ້ອງຝືນ... ເບິດມື້ເບິດຄືນ ໄຫ້ຍ້ອນນ້ອງສາວ
ຈັກລະຊິເປັນຈັ່ງໃດ ຢາກບອກໃຫ້ນ້ອງຮູ້ວ່າ ຮັັກນ້ອງຄືເກົ່າເດີ
( ອ້າຍເອງກໍ່ຍັງຫ່ວງໃຍນ້ອງດ້ວຍໃຈ ສິເປັນຈັ່ງໃດ ກໍ່ຍັງ... ຮັກນ້ອງຄືເກົ່າ )

ຮ້ອງໂດຍ: ສຸດ ໄລທ໌ໂຮບມີເດຍ/ ເນື້ອຮ້ອງ-ທຳນອງ: ກັອບ ຄັອມມິດເມັນທ໌, ຮຽບຮຽງໂດຍ: ສົມສະໜຸກ/ Music Story and MV: ຕ່າຍ ຫລວງໄຊ

Lao music - Lao song